LAO HOME

LAO HOME

40 ປີຍັງແຈ່ວ! ໂວຊິນຢາ ເຊບ 7 ຄັ້ງຕີສະເໝີສະເປນ ກາຍເປັນຮີໂຣ່ຂວັນໃຈຄົນທົ່ວໂລກ ແລະ ມີຜູ້ຕິດຕາມຈາກ 5 ໝື່ນເພີ່ມຂຶ້ນເຖິງ 5 ລ້ານກວ່າຄົນ

📅 16 Jun 2026
👁️ ບົດຄວາມຍອດນິຍົມ
📸 2 ຮູບພາບ
ໂຊຊີມາກ ດີອາສ ໂວຊິນຢາ (Josimar Dias Vozinha) ຜູ້ຮັກສາປະຕູມືໜຽວຂອງ ທີມຊາດເຄປເວີດ ເຖິງກັບກັ້ນນ້ຳຕາໄວ້ບໍ່ຢູ່ ແລະ ຫຼັ່ງນ້ຳຕາແຫ່ງຄວາມພາກພູມໃຈອອກມາ ຫຼັງຈາກໂຊຟອມຊຸບເປີເຊບຊ່ວຍໃຫ້ທັບນັກເຕະບ້ານເກີດເກັບຄະແນນປະຫວັດສາດ ໃນເກມທີ່ຕີສະເໝີກັບຍັກໃຫຍ່ອະດີດແຊ້ມໂລກຢ່າງ ທີມຊາດສະເປນ ໄປໄດ້ 0-0 ໃນເສິກບານໂລກ 2026 ພ້ອມທັງຄວ້າລາງວັນ ປະຈຳແມດຊ໌ (Man of the Match) ໄປຄອງ ໃນເກມດັ່ງກ່າວ ໂວຊິນຢາ ອາຍຸ 40 ປີຄົນນີ້ ຕ້ອງປະເຊີນໜ້າກັບ ລູກຍິງຂອງນັກເຕະສະເປນທີ່ຍິງລູກໄຟເຂົ້າມາຢ່າງໜັກໜ່ວງເຖິງ 27 ຄັ້ງ ແຕ່ເຈົ້າຕົວສາມາດໂຊຊຸບເປີເຊບປ້ອງກັນປະຕູໄວ້ໄດ້ຢ່າງເຫຼືອເຊື່ອເຖິງ 7 ຄັ້ງ ເຮັດໃຫ້ກາຍເປັນກຳແພງເຫຼັກຊ່ວຍໃຫ້ທີມຮັກສາຄີນຊີດ (Clean Sheet) ໄວ້ໄດ້ຢ່າງງົດງາມ. ນອກຈາກຄວາມສຳເລັດໃນສະໜາມແລ້ວ ໂວຊິນຢາ ຍັງກາຍເປັນກະແສໂດ່ງດັງໄປທົ່ວໂລກໃນຊົ່ວຂ້າມຄືນ ໂດຍມີລາຍງານວ່າ ຍອດຜູ້ຕິດຕາມໃນອິນສະຕາແກຣມ (Instagram) ສ່ວນຕົວຂອງເຂົາ ຈາກກ່ອນການແຂ່ງຂັນທີ່ມີຢູ່ພຽງປະມານ 50,000 ຄົນ ໄດ້ພຸ່ງຂຶ້ນຢ່າງໂະຫລົ່ມທະລາຍທະລຸເກີນ 5 ລ້ານກວ່າຄົນໄປເປັນທີ່ຮຽບຮ້ອຍແລ້ວ ຫຼັງຈົບແມດຊ໌ການແຂ່ງຂັນຄືນທີ່ຜ່ານມານີ້.
ໜ້າທຳອິດ
ໂພສ
ເຂົ້າສູ່ລະບົບ
ໜ້າທຳອິດ
ໂພສ
ເຂົ້າສູ່ລະບົບ